ຜູ້ນຳ ສປປ ເກົາຫລີ ສົ່ງໂທລະເລກອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 49 ປີ

ຜູ້ນຳ ສປປ ເກົາຫລີ ສົ່ງໂທລະເລກອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 49 ປີ

ວັນທີ 2 ທັນວາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໄດ້ຮັບໂທລະເລກອວຍພອນຈາກ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ,ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໃນໂອກາດ ວັນສະຖາປະນາ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຄົບຮອບ 49 ປີ.

ເນື້ອໃນໂທລະເລກອວຍພອນ ໄດ້ລະບຸວ່າ: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດປະຊາທິປະ ໄຕປະຊາຊົນລາວ ຄົບຮອບ 49 ປີ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນລາວ.

ນັບຕັ້ງແຕ່ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນມາ ໂດຍພາຍໃຕ້ການຊີ້ນຳ-ນຳພາອັນຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວຍາດໄດ້ຜົນສຳເລັດອັນໃຫຍ່ຫລວງ ໃນການປະຕິບັດພາລະໜ້າທີ່ປົກປັກຮັກສາ ຄວາມສະຖຽນລະພາບດ້ານການເມືອງ ແລະ ພັດທະນາປະເທດຊາດຢ່າງຍືນຍົງ.

ໂອກາດນີ້, ຂ້າພະເຈົ້າ ຂໍສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ ແລະ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມ ຂະຫຍາຍພັດທະນາຍິ່ງໆຂຶ້ນ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງສະຫາຍ ຈົ່ງປະສົບຜົນສຳເລັດອັນໃຫຍ່ຫລວງກວ່າເກົ່າໃນໜ້າທີ່ອັນມີຄວາມຮັບຜິດຊອບສູງຂອງສະຫາຍ ເພື່ອສ້າງສາປະເທດສັງຄົມນິຍົມ ໃຫ້ມີຄວາມເຂັ້ມແຂງຮັ່ງມີ ແລະ ຈະເລີນຮຸ່ງເຮືອງ.

ໃນວັນດຽວກັນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ຮັບໂທລະເລກອວຍພອນຈາກຄູ່ຮ່ວມຕຳແໜ່ງ ຂອງສາທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ໃນໂອກາດ ວັນສະຖາປະນາ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຄົບຮອບ 49 ປີ ເຊັ່ນດຽວກັນ.

Written by