ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການ ດັ່ງນີ້:
1. ໃຫ້ຜູ້ປະກອບການທຸລະກິດ, ຊາວຄ້ານຳເອົາສິນຄ້າຂອງຕົນອອກມາຈຳໜ່າຍໃນລາຄາປົກກະຕິ ຕາມທີ່ໄດ້ປະຕິບັດໃນ ໄລຍະຜ່ານມາ, ຫ້າມກັກຕູນສິນຄ້າ ຫຼື ສວຍໂອກາດຂຶ້ນລາຄາ ຕາມລຳພັງໃຈ, ສີນຄ້າທີ່ນຳມາວາງຈຳໜ່າຍຕ້ອງຮັບປະ ກັນຄວາມປອດໄພຕໍ່ຜູ້ບໍລິໂພກ ແລະ ໃຫ້ຕິດລາຄາສິນຄ້າເປັນເງິນກີບ, ບໍ່ໃຫ້ນຳເອົາສິນຄ້າເສຍຄຸນ ຫຼື ໝົດອາຍຸ ແລະ ໄດ້ຕິດສະຫຼາກເປັນພາສາລາວມາວາງຈຳໜ່າຍ, ສ່ວນການຈຳໜ່າຍກະຕ່າຂອງຂວັນ, ກະຕ່ອວຍພອນແມ່ນໃຫ້ຜູ້ປະ ກອບການຂຽນທີ່ຢູ່ ພ້ອມເບີໂທລະສັບຂອງຮ້ານຕິດໃສ່ເພື່ອສະດວກໃນການພົວພັນ ແລະ ປະສານງານຂອງເຈົ້າໜ້າທີ່.
2. ວິສາຫະກິດ ຫຼື ຮ້ານໃດ ທີ່ຈະຜະລິດກະຕ່າຂອງຂັວນ ແມ່ນໃຫ້ໄປຂໍອະນຸຍາດ ນໍຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ທີ່ວິສາຫະກິດຕັ້ງຢູ່ ແລະ ໃຫ້ຈໍ້າກາວິສາຫະກິດໃສ່ກະຕ່າຂອງຂັວນ, ຖ້າວິສາຫະກິດ ຫຼື ຮ້ານໃດບໍ່ມີໃບອະນຸຍາດ ແມ່ນຈະໄດ້ປະຕິບັດມາດຕະການຕາມຄຳສັ່ງກ່ຽວກັບການຕິດສະຫຼາກສິນຄ້າເປັນພາສາລາວ ເລກທີ 250Vອຄ.ຄພນ, ລົງວັນທີ 16 ທັນວາ 2015 ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.
3. ຫ້າມນຳເຂົ້າ ແລະ ຈຳໜ່າຍໝາກກະໂພກ ແລະ ວັດຖຸທີ່ມີສຽງແຕກທຸກຊະນິດ ຢ່າງເດັດຂາດ,
4. ມອບໃຫ້ຂະແໜງການຄ້າພາຍໃນ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ 09 ຕົວເມືອງ ລົງຕິດຕາມກວດກາ ແລະ ເຮັດບົດບັນທຶກຮ່ວມກັບ ຜູ້ອໍານວຍການສູນການຄ້າ, ຊຸບເປີມາເກັດ, ຮ້ານສະດວກຊື້, ຫົວໜ່ວຍທຸລະກິດຈັດສັນຕະ ຫຼາດຜູ້ປະກອບການທຸລະກິດ ແລະ ຊາວຄ້າຂາຍ, ເພື່ອບໍ່ໃຫ້ສວຍໂອກາດກັກຕູນສິນຄ້າ ເພື່ອປັ່ນປ່ວນຂຶ້ນລາຄາ ແລະ ລະເມີດຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ.
5. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ທຸກພາກສ່ວນຈົ່ງຮັບຮູ້ ແລະ ເປັນເອກະພາບໃນການ ຈັດຕັ້ງປະຕິບັດ, ພາຍຫຼັງ ສຳເລັດແລ້ວ ແມ່ນໃຫ້ສະຫຼຸບສັງລວມລາຍງານໃຫ້ພະແນກ ໃນເວລາອັນຄວນດ້ວຍ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ໃຫ້ມີປະສິດທິຜົນດີ.