ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຕອນບ່າຍວັນທີ 27 ພະຈິກ 2024, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຕາມຄຳສະເໜີຂອງທ່ານນາຍົກລັດຖະມົນຕີແຫ່ງສປປລາວ.



ໃນນີ້ຕົກລົງຮັບຮອງການຍົກຍ້າຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄປປະຈຳຢູ່ສຳນັກງານນາຍົກລັດຖະມົນຕີ, ໃນຖານະຮອງນາຍົກລັດຖະມົນຕີ ເພື່ອຮັບຜິດຊອບວຽກງານຂອງລັດຖະບານ.
ຕົກລົງຮັບຮອງການແຕ່ງຕັ້ງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ